ປ່ຽນພາສາໃນແອັບ SplitEase ແນວໃດ?
ທ່ານເລືອກພາສາຕອນເປີດ SplitEase ເທື່ອທຳອິດ, ແລະ ສາມາດປ່ຽນໄດ້ທຸກເວລາ.
ຂັ້ນຕອນ
- ໄປທີ່ ໂປຣໄຟລ໌ (Profile).
- ພາຍໃຕ້ ການຕັ້ງຄ່າທີ່ມັກ (Preferences), ແຕະ ພາສາ (Language).
- ເລືອກພາສາ. ແອັບຈະເລີ່ມຄືນໃໝ່ເປັນພາສານັ້ນ.
ຖ້າພາສາຂອງທ່ານຍັງບໍ່ມີໃນລາຍການ, ແອັບຈະສະແດງເປັນພາສາອັງກິດ. ສູນຊ່ວຍເຫຼືອນີ້ມີຫຼາຍພາສາກວ່າແອັບ.
ແອັບ SplitEase ຍັງບໍ່ມີເປັນພາສາລາວເທື່ອ. ຊື່ປຸ່ມໃນວົງເລັບແມ່ນສິ່ງທີ່ທ່ານຈະເຫັນເປັນພາສາອັງກິດຢູ່ໜ້າຈໍ.