ຂ້ອຍບໍ່ໄດ້ຮັບລະຫັດຢືນຢັນ SplitEase

SplitEase ໃຫ້ທ່ານເຂົ້າສູ່ລະບົບດ້ວຍລະຫັດ 6 ຕົວເລກ ທີ່ສົ່ງທາງ SMS ໄປຫາເບີໂທຂອງທ່ານ.

ຂັ້ນຕອນ

  1. ກວດວ່າເບີໃນໜ້າຈໍຖືກຕ້ອງ. ຖ້າບໍ່ຖືກ, ແຕະ ປ່ຽນ (Change) ແລະ ໃສ່ຄືນໃໝ່.
  2. ລໍຖ້າໜຶ່ງນາທີ. ຂໍ້ຄວາມອາດມາຊ້າເນື່ອງຈາກເຄືອຂ່າຍຂອງທ່ານ.
  3. ແຕະ ບໍ່ໄດ້ຮັບບໍ? (Didn't get it?). ຫຼັງຈາກ 60 ວິນາທີ, ສົ່ງຄືນດຽວນີ້ (Resend now) ຈະໃຊ້ໄດ້. ແຕະມັນເພື່ອຮັບລະຫັດໃໝ່.
  4. ກວດໃຫ້ແນ່ໃຈວ່າໂທລະສັບຂອງທ່ານມີສັນຍານ ແລະ ບໍ່ໄດ້ບລັອກຂໍ້ຄວາມຈາກຜູ້ສົ່ງທີ່ບໍ່ຮູ້ຈັກ.

ຫຼັງຈາກພະຍາຍາມຫຼາຍເທື່ອເກີນໄປ, ທ່ານຈະຖືກຂໍໃຫ້ລໍຖ້າສອງສາມນາທີກ່ອນລອງໃໝ່.

ຍັງບໍ່ໄດ້ລະຫັດບໍ? ຕິດຕໍ່ພວກເຮົາ ພ້ອມເບີໂທທີ່ທ່ານໃຊ້.

ແອັບ SplitEase ຍັງບໍ່ມີເປັນພາສາລາວເທື່ອ. ຊື່ປຸ່ມໃນວົງເລັບແມ່ນສິ່ງທີ່ທ່ານຈະເຫັນເປັນພາສາອັງກິດຢູ່ໜ້າຈໍ.

ຄຳຖາມທີ່ກ່ຽວຂ້ອງ

ຍັງຕ້ອງການຄວາມຊ່ວຍເຫຼືອຢູ່ບໍ?

ຂຽນຫາພວກເຮົາ ແລະ ຄົນຈາກທີມງານ SplitEase ຈະຕອບກັບທ່ານ.

ຕິດຕໍ່ຝ່າຍຊ່ວຍເຫຼືອ
ພາສາ: ລາວ