ເຊີນຄົນເຂົ້າກຸ່ມ SplitEase ແນວໃດ?
ທຸກກຸ່ມມີລະຫັດເຊີນ. ໃຜກໍຕາມທີ່ມີລະຫັດ, ລິ້ງ ຫຼື ລະຫັດ QR ສາມາດເຂົ້າຮ່ວມກຸ່ມຈາກແອັບ SplitEase ໄດ້.
ຂັ້ນຕອນ
- ເປີດກຸ່ມ, ຈາກນັ້ນແຕະຊື່ກຸ່ມ ຫຼື ປຸ່ມ ⋯ ທາງເທິງເພື່ອເປີດ ການຕັ້ງຄ່າກຸ່ມ (Group settings).
- ຊອກຫາບັດ ລະຫັດເຊີນ (Invite code).
- ແຕະ ສຳເນົາລິ້ງ (Copy link) ເພື່ອສຳເນົາລິ້ງເຊີນ, ຫຼື ແຕະ ແບ່ງປັນ (Share) ເພື່ອສະແດງລະຫັດ QR ແລະ ສົ່ງຄຳເຊີນຜ່ານແອັບໃດກໍໄດ້ໃນໂທລະສັບຂອງທ່ານ.
ຜູ້ດູແລກຸ່ມຍັງສາມາດແຕະ ເພີ່ມສະມາຊິກ (Add members) ເພື່ອເພີ່ມໝູ່ທີ່ໃຊ້ SplitEase ຢູ່ແລ້ວໄດ້ໂດຍກົງ.
ລະຫັດເຊີນອາດໝົດອາຍຸໄດ້. ຖ້າລະຫັດໃຊ້ບໍ່ໄດ້, ໃຫ້ແບ່ງປັນລະຫັດໃໝ່ຈາກໜ້າຈໍດຽວກັນ.
ແອັບ SplitEase ຍັງບໍ່ມີເປັນພາສາລາວເທື່ອ. ຊື່ປຸ່ມໃນວົງເລັບແມ່ນສິ່ງທີ່ທ່ານຈະເຫັນເປັນພາສາອັງກິດຢູ່ໜ້າຈໍ.