ສ້າງກຸ່ມໃນ SplitEase ແນວໃດ?

ກຸ່ມເກັບລາຍຈ່າຍທີ່ທ່ານແບ່ງກັບຄົນກຸ່ມດຽວກັນ ເຊັ່ນ ໝູ່ຮ່ວມຫ້ອງ ຫຼື ໝູ່ທີ່ໄປທ່ຽວນຳກັນ. ທຸກລາຍຈ່າຍໃນ SplitEase ຢູ່ໃນກຸ່ມໃດໜຶ່ງ.

ຂັ້ນຕອນ

  1. ໃນແຖບ ໜ້າຫຼັກ (Home), ແຕະ + ໃໝ່ (+ New) ຖັດຈາກກຸ່ມຂອງທ່ານ.
  2. ແຕະໄອຄອນເພື່ອເລືອກອີໂມຈິໃຫ້ກຸ່ມ, ຈາກນັ້ນພິມຊື່.
  3. ພາຍໃຕ້ ສະກຸນເງິນ (Currency), ເລືອກສະກຸນເງິນທີ່ລາຍຈ່າຍສ່ວນໃຫຍ່ຈະໃຊ້.
  4. ແຕະ ເພີ່ມຈາກລາຍຊື່ຕິດຕໍ່ ຫຼື ດ້ວຍເບີໂທ (Add from contacts or by phone) ເພື່ອເພີ່ມໝູ່ທີ່ໃຊ້ SplitEase ຢູ່ແລ້ວ. ທ່ານສາມາດຂ້າມຂັ້ນຕອນນີ້ ແລະ ເຊີນພາຍຫຼັງກໍໄດ້.
  5. ແຕະ ສ້າງ (Create).

ແຜນຟຣີສ້າງໄດ້ສູງສຸດ 3 ກຸ່ມ. SplitEase+ ຍົກເລີກຂໍ້ຈຳກັດນີ້.

ແອັບ SplitEase ຍັງບໍ່ມີເປັນພາສາລາວເທື່ອ. ຊື່ປຸ່ມໃນວົງເລັບແມ່ນສິ່ງທີ່ທ່ານຈະເຫັນເປັນພາສາອັງກິດຢູ່ໜ້າຈໍ.

ຄຳຖາມທີ່ກ່ຽວຂ້ອງ

ຍັງຕ້ອງການຄວາມຊ່ວຍເຫຼືອຢູ່ບໍ?

ຂຽນຫາພວກເຮົາ ແລະ ຄົນຈາກທີມງານ SplitEase ຈະຕອບກັບທ່ານ.

ຕິດຕໍ່ຝ່າຍຊ່ວຍເຫຼືອ
ພາສາ: ລາວ