ເພີ່ມລາຍຈ່າຍແນວໃດ?
ເພີ່ມລາຍຈ່າຍເມື່ອມີຄົນຈ່າຍຄ່າບາງຢ່າງທີ່ກຸ່ມໃຊ້ຮ່ວມກັນ. SplitEase ອັບເດດຍອດຄົງເຫຼືອຂອງທຸກຄົນທັນທີທີ່ທ່ານບັນທຶກ.
ຂັ້ນຕອນ
- ແຕະປຸ່ມ + ຢູ່ກາງແຖບລຸ່ມ, ຫຼື ເປີດກຸ່ມແລ້ວແຕະ ເພີ່ມລາຍຈ່າຍ (Add expense).
- ກວດເບິ່ງກຸ່ມທາງເທິງ, ຈາກນັ້ນໃສ່ ຈຳນວນເງິນ (Amount) ແລະ ວ່າຈ່າຍຄ່າຫຍັງ.
- ພາຍໃຕ້ ຈ່າຍໂດຍ (Paid by), ເລືອກຄົນທີ່ຈ່າຍ.
- ພາຍໃຕ້ ການແບ່ງ (Split), ເລືອກວ່າໃຜແບ່ງຄ່າໃຊ້ຈ່າຍ ແລະ ແບ່ງແນວໃດ. ຄ່າເລີ່ມຕົ້ນແມ່ນແບ່ງເທົ່າກັນ.
- ແຕະ ບັນທຶກ (Save).
SplitEase ແນະນຳໝວດໝູ່ຈາກຄຳອະທິບາຍ. ທ່ານສາມາດປ່ຽນໄດ້ກ່ອນບັນທຶກ.
ເພື່ອຈ່າຍເປັນສະກຸນເງິນອື່ນ, ແຕະສັນຍາລັກສະກຸນເງິນຖັດຈາກຈຳນວນເງິນ.
ແອັບ SplitEase ຍັງບໍ່ມີເປັນພາສາລາວເທື່ອ. ຊື່ປຸ່ມໃນວົງເລັບແມ່ນສິ່ງທີ່ທ່ານຈະເຫັນເປັນພາສາອັງກິດຢູ່ໜ້າຈໍ.