SplitEase+

ສະແກນໃບບິນເພື່ອເພີ່ມລາຍຈ່າຍແນວໃດ?

ການສະແກນໃບບິນອ່ານຍອດລວມ ແລະ ລາຍລະອຽດຈາກໃບບິນ ເພື່ອທ່ານບໍ່ຕ້ອງພິມເອງ. ມັນເປັນສ່ວນໜຶ່ງຂອງ SplitEase+.

ຂັ້ນຕອນ

  1. ແຕະປຸ່ມ +, ຈາກນັ້ນ ສະແກນ (Scan).
  2. ຖ່າຍຮູບໃບບິນທັງໝົດ, ຫຼື ເລືອກ ຄັງຮູບ (Library) ຫຼື PDF ເພື່ອໃຊ້ໄຟລ໌ທີ່ທ່ານມີຢູ່ແລ້ວ.
  3. ກວດລາຍລະອຽດທີ່ SplitEase ພົບ ແລະ ແຕະ ໃຊ້ (Use).
  4. ກວດເບິ່ງວ່າໃຜຈ່າຍ ແລະ ແບ່ງແນວໃດ, ຈາກນັ້ນແຕະ ບັນທຶກ (Save).

ຮູບຈະຖືກອັບໂຫຼດໄປ SplitEase ເພື່ອອ່ານ. ເບິ່ງ ນະໂຍບາຍຄວາມເປັນສ່ວນຕົວ ຂອງພວກເຮົາສຳລັບວິທີການຈັດການ.

ການສະແກນອາດຜິດພາດໄດ້. ກວດຈຳນວນເງິນທຸກຄັ້ງກ່ອນບັນທຶກ.

ແອັບ SplitEase ຍັງບໍ່ມີເປັນພາສາລາວເທື່ອ. ຊື່ປຸ່ມໃນວົງເລັບແມ່ນສິ່ງທີ່ທ່ານຈະເຫັນເປັນພາສາອັງກິດຢູ່ໜ້າຈໍ.

ຄຳຖາມທີ່ກ່ຽວຂ້ອງ

ຍັງຕ້ອງການຄວາມຊ່ວຍເຫຼືອຢູ່ບໍ?

ຂຽນຫາພວກເຮົາ ແລະ ຄົນຈາກທີມງານ SplitEase ຈະຕອບກັບທ່ານ.

ຕິດຕໍ່ຝ່າຍຊ່ວຍເຫຼືອ
ພາສາ: ລາວ