ເພີ່ມລາຍຈ່າຍດ້ວຍສຽງແນວໃດ?
ລາຍຈ່າຍດ້ວຍສຽງໃຫ້ທ່ານອະທິບາຍຄ່າໃຊ້ຈ່າຍດ້ວຍການເວົ້າແທນການພິມ. ມັນເປັນສ່ວນໜຶ່ງຂອງ SplitEase+.
ຂັ້ນຕອນ
- ແຕະປຸ່ມ +, ຈາກນັ້ນ ສຽງ (Voice).
- ແຕະໄມໂຄຣໂຟນ ແລະ ເວົ້າຈຳນວນເງິນ, ຈ່າຍຄ່າຫຍັງ ແລະ ແບ່ງແນວໃດ, ເຊັ່ນ: "Dinner, 1200, split equally".
- ກວດສິ່ງທີ່ SplitEase ຕື່ມໃຫ້ ແລະ ແຕະ ກວດການແບ່ງ ແລະ ບັນທຶກ (Review split and save).
- ແກ້ໄຂຕາມຕ້ອງການ ແລະ ແຕະ ບັນທຶກ (Save).
ການບັນທຶກສຽງຢຸດຫຼັງຈາກ 30 ວິນາທີ. ປັດຈຸບັນລາຍຈ່າຍດ້ວຍສຽງເຂົ້າໃຈສະເພາະພາສາອັງກິດ.
ທ່ານຕ້ອງມີຢ່າງໜ້ອຍໜຶ່ງກຸ່ມກ່ອນຈຶ່ງຈະເພີ່ມລາຍຈ່າຍດ້ວຍສຽງໄດ້.
ແອັບ SplitEase ຍັງບໍ່ມີເປັນພາສາລາວເທື່ອ. ຊື່ປຸ່ມໃນວົງເລັບແມ່ນສິ່ງທີ່ທ່ານຈະເຫັນເປັນພາສາອັງກິດຢູ່ໜ້າຈໍ.