ສົ່ງອອກລາຍຈ່າຍຂອງກຸ່ມແນວໃດ?
ທ່ານສາມາດເອົາລາຍຈ່າຍຂອງກຸ່ມອອກຈາກ SplitEase ເປັນໄຟລ໌ ເພື່ອເກັບໄວ້ເປັນຫຼັກຖານ ຫຼື ເພື່ອແບ່ງປັນ. ມັນເປັນສ່ວນໜຶ່ງຂອງ SplitEase+.
ຂັ້ນຕອນ
- ເປີດກຸ່ມ, ຈາກນັ້ນ ການຕັ້ງຄ່າກຸ່ມ (Group settings).
- ແຕະ ສົ່ງອອກບັນຊີລາຍການ (Export ledger).
- ເລືອກ PDF, CSV ຫຼື Excel. ເປີດ ຫຼື ປິດ ລວມການຊຳລະບັນຊີ (Include settlements).
- ແຕະ ສົ່ງອອກ (Export), ລໍຖ້າໄຟລ໌, ຈາກນັ້ນບັນທຶກ ຫຼື ແບ່ງປັນ.
ໄຟລ໌ດາວໂຫຼດໄດ້ຄັ້ງດຽວ. ບັນທຶກ ຫຼື ສົ່ງມັນກ່ອນທ່ານປິດໜ້າຈໍ.
ແອັບ SplitEase ຍັງບໍ່ມີເປັນພາສາລາວເທື່ອ. ຊື່ປຸ່ມໃນວົງເລັບແມ່ນສິ່ງທີ່ທ່ານຈະເຫັນເປັນພາສາອັງກິດຢູ່ໜ້າຈໍ.