ເຕືອນໃຫ້ຄົນອື່ນຈ່າຍເງິນຄືນແນວໃດ?

ຖ້າມີຄົນໃນກຸ່ມຕິດໜີ້ທ່ານ, SplitEase ສາມາດສົ່ງການເຕືອນໄປຫາເຂົາແທນທ່ານໄດ້.

ຂັ້ນຕອນ

  1. ເປີດກຸ່ມ ແລະ ແຕະ ຊຳລະບັນຊີ (Settle up).
  2. ຊອກຫາຄົນທີ່ຕິດໜີ້ທ່ານ ແລະ ແຕະ ເຕືອນ (Remind).

ເມື່ອເຂົາຈ່າຍໃຫ້ທ່ານແລ້ວ, ແຕະ ໝາຍວ່າໄດ້ຮັບແລ້ວ (Mark as received) ເພື່ອໃຫ້ຍອດຄົງເຫຼືອຖືກຊຳລະໝົດ.

ແອັບ SplitEase ຍັງບໍ່ມີເປັນພາສາລາວເທື່ອ. ຊື່ປຸ່ມໃນວົງເລັບແມ່ນສິ່ງທີ່ທ່ານຈະເຫັນເປັນພາສາອັງກິດຢູ່ໜ້າຈໍ.

ຄຳຖາມທີ່ກ່ຽວຂ້ອງ

ຍັງຕ້ອງການຄວາມຊ່ວຍເຫຼືອຢູ່ບໍ?

ຂຽນຫາພວກເຮົາ ແລະ ຄົນຈາກທີມງານ SplitEase ຈະຕອບກັບທ່ານ.

ຕິດຕໍ່ຝ່າຍຊ່ວຍເຫຼືອ
ພາສາ: ລາວ