ຊຳລະບັນຊີກັບຄົນອື່ນແນວໃດ?

SplitEase ຕິດຕາມວ່າໃຜຕິດໜີ້ໃຜ ແຕ່ບໍ່ໄດ້ດຳເນີນການຈ່າຍເງິນ. ຈ່າຍໃຫ້ອີກຝ່າຍຕາມວິທີທີ່ທ່ານເຄີຍຈ່າຍ, ແລ້ວບັນທຶກໃນແອັບເພື່ອໃຫ້ຍອດຄົງເຫຼືອຂອງທັງສອງຝ່າຍອັບເດດ.

ຂັ້ນຕອນ

  1. ເປີດກຸ່ມ ແລະ ແຕະ ຊຳລະບັນຊີ (Settle up).
  2. ຖ້າທ່ານຈ່າຍໃຫ້ຜູ້ໃດຜູ້ໜຶ່ງແລ້ວ, ແຕະ ບັນທຶກການຈ່າຍ (Record payment) ຖັດຈາກຊື່ຂອງເຂົາ, ກວດຈຳນວນເງິນ ແລະ ຢືນຢັນ. ທ່ານສາມາດບັນທຶກພຽງບາງສ່ວນຂອງທີ່ທ່ານຕິດໜີ້ໄດ້.
  3. ຖ້າມີຄົນຈ່າຍໃຫ້ທ່ານ, ແຕະ ໝາຍວ່າໄດ້ຮັບແລ້ວ (Mark as received) ຖັດຈາກຊື່ຂອງເຂົາ ແລະ ຢືນຢັນ.

ເພື່ອເບິ່ງການຈ່າຍທີ່ຜ່ານມາ, ແຕະ ປະຫວັດ (History) ໃນໜ້າຈໍດຽວກັນ.

ແອັບ SplitEase ຍັງບໍ່ມີເປັນພາສາລາວເທື່ອ. ຊື່ປຸ່ມໃນວົງເລັບແມ່ນສິ່ງທີ່ທ່ານຈະເຫັນເປັນພາສາອັງກິດຢູ່ໜ້າຈໍ.

ຄຳຖາມທີ່ກ່ຽວຂ້ອງ

ຍັງຕ້ອງການຄວາມຊ່ວຍເຫຼືອຢູ່ບໍ?

ຂຽນຫາພວກເຮົາ ແລະ ຄົນຈາກທີມງານ SplitEase ຈະຕອບກັບທ່ານ.

ຕິດຕໍ່ຝ່າຍຊ່ວຍເຫຼືອ
ພາສາ: ລາວ