SplitEase+

ຕັ້ງລາຍຈ່າຍປະຈຳແນວໃດ?

ລາຍຈ່າຍປະຈຳຖືກເພີ່ມເຂົ້າກຸ່ມໂດຍອັດຕະໂນມັດໃນວັນທີຂອງມັນ, ແບ່ງຕາມທີ່ທ່ານຕັ້ງໄວ້. ມັນເປັນສ່ວນໜຶ່ງຂອງ SplitEase+.

ຂັ້ນຕອນ

  1. ເປີດກຸ່ມ, ຈາກນັ້ນ ການຕັ້ງຄ່າກຸ່ມ (Group settings).
  2. ແຕະ ລາຍຈ່າຍປະຈຳ (Recurring expenses), ຈາກນັ້ນ ເພີ່ມ (Add).
  3. ໃສ່ຈຳນວນເງິນ, ໃຜຈ່າຍ ແລະ ແບ່ງແນວໃດ, ຈາກນັ້ນເລືອກຄວາມຖີ່: ທຸກມື້, ທຸກອາທິດ, ທຸກເດືອນ ຫຼື ທຸກປີ.
  4. ແຕະ ບັນທຶກ (Save).

ເພື່ອຂ້າມໜຶ່ງຄັ້ງ, ເປີດລາຍຈ່າຍປະຈຳ ແລະ ແຕະ ຂ້າມຄັ້ງຕໍ່ໄປ (Skip the next occurrence). ກຳນົດເວລາຈະດຳເນີນຕໍ່ຕາມປົກກະຕິຫຼັງຈາກນັ້ນ.

ແອັບ SplitEase ຍັງບໍ່ມີເປັນພາສາລາວເທື່ອ. ຊື່ປຸ່ມໃນວົງເລັບແມ່ນສິ່ງທີ່ທ່ານຈະເຫັນເປັນພາສາອັງກິດຢູ່ໜ້າຈໍ.

ຄຳຖາມທີ່ກ່ຽວຂ້ອງ

ຍັງຕ້ອງການຄວາມຊ່ວຍເຫຼືອຢູ່ບໍ?

ຂຽນຫາພວກເຮົາ ແລະ ຄົນຈາກທີມງານ SplitEase ຈະຕອບກັບທ່ານ.

ຕິດຕໍ່ຝ່າຍຊ່ວຍເຫຼືອ
ພາສາ: ລາວ