ອອກຈາກກຸ່ມ ຫຼື ລຶບກຸ່ມແນວໃດ?
ຕົວເລືອກກຸ່ມທັງໝົດຢູ່ໃນ ການຕັ້ງຄ່າກຸ່ມ (Group settings). ເປີດກຸ່ມ ແລະ ແຕະຊື່ກຸ່ມ ຫຼື ປຸ່ມ ⋯ ທາງເທິງ.
ຂັ້ນຕອນ
- ເພື່ອອອກ, ແຕະ ອອກຈາກກຸ່ມ (Leave group) ແລະ ຢືນຢັນ. ຖ້າທ່ານເປັນຜູ້ດູແລຄົນດຽວ, ໃຫ້ແຕະ ໂອນສິດຜູ້ດູແລ (Transfer Admin) ກ່ອນ ແລະ ເລືອກຄົນທີ່ຈະຮັບໜ້າທີ່ແທນ.
- ເພື່ອລົບຄົນອອກ (ສະເພາະຜູ້ດູແລ), ແຕະຊື່ຂອງເຂົາ ແລະ ເລືອກ ລົບອອກຈາກກຸ່ມ (Remove from Group). ຍອດຄົງເຫຼືອຂອງເຂົາໃນກຸ່ມຕ້ອງເປັນສູນ.
- ເພື່ອລຶບກຸ່ມສຳລັບທຸກຄົນ (ສະເພາະຜູ້ດູແລ), ແຕະ ລຶບກຸ່ມ (Delete group) ແລະ ຢືນຢັນ.
ການລຶບກຸ່ມຈະລຶບລາຍຈ່າຍທັງໝົດຂອງກຸ່ມສຳລັບສະມາຊິກທຸກຄົນ ແລະ ບໍ່ສາມາດຍົກເລີກໄດ້. ກະລຸນາຊຳລະບັນຊີກ່ອນ.
ແອັບ SplitEase ຍັງບໍ່ມີເປັນພາສາລາວເທື່ອ. ຊື່ປຸ່ມໃນວົງເລັບແມ່ນສິ່ງທີ່ທ່ານຈະເຫັນເປັນພາສາອັງກິດຢູ່ໜ້າຈໍ.